ສັ່ງອອນລາຍ ຮັບທີ່ຮ້ານໄດ້ທຸກມື້ · ເບິ່ງທີ່ຕັ້ງຮ້ານ
ຮັບສິນຄ້າທີ່: Sevenday Bike ວຽງຈັນ · ເປີດທຸກມື້ 09:00–18:00 ເບິ່ງແຜນທີ່

ປັ່ນໄດ້ທຸກ 7 ມື້

Sevenday Bike ເປັນຮ້ານຈັກຍານ ແລະ Workshop ທີ່ນະຄອນຫຼວງວຽງຈັນ — ສຳລັບທຸກຄົນ ຕັ້ງແຕ່ເດັກນ້ອຍທີ່ຫາກໍ່ຫັດປັ່ນ ຈົນຮອດນັກແຂ່ງ.

ເປັນຫຍັງຊື່ Sevenday

ຈອພພຫສສອາ

ຊື່ "Sevenday" ມາຈາກຄວາມເຊື່ອວ່າ ຈັກຍານບໍ່ແມ່ນຂອງສຳລັບວັນພັກເທົ່ານັ້ນ — ປັ່ນໄປເຮັດວຽກ ປັ່ນອອກກຳລັງ ປັ່ນທ່ຽວ ໄດ້ທຸກມື້ຂອງອາທິດ. ຮ້ານເຮົາຈຶ່ງເປີດທັງ 7 ມື້ ເພື່ອໃຫ້ທ່ານມາໄດ້ທຸກເວລາທີ່ສະດວກ.

ເຮົາເລີ່ມຈາກຄວາມມັກຈັກຍານ ແລະ ເຫັນວ່ານັກປັ່ນໃນວຽງຈັນຍັງມີທາງເລືອກໜ້ອຍ ທັງສິນຄ້າຄຸນນະພາບ ແລະ ຊ່າງທີ່ໄວ້ໃຈໄດ້. ມື້ນີ້ Sevenday ຂາຍທັງຈັກຍານໃໝ່ ມືສອງ ອາໄຫຼ່ ອຸປະກອນ ແລະ ມີ Workshop ຮັບສ້ອມທຸກຍີ່ຫໍ້.

ສິນຄ້າໃນເວັບໄຊນີ້ເຊື່ອມກັບສະຕັອກຈິງຂອງຮ້ານ — ເຫັນວ່າມີ ກໍ່ແມ່ນມີຢູ່ຮ້ານແທ້.

ບອກລາຄາກ່ອນ

ຊ່າງແຈ້ງ ແລະ ຂໍອະນຸຍາດກ່ອນປ່ຽນອາໄຫຼ່ທຸກຄັ້ງ ບໍ່ມີຄ່າໃຊ້ຈ່າຍແອບແຝງ.

ຂາຍສິ່ງທີ່ເໝາະ

ແນະນຳຈັກຍານຕາມການໃຊ້ງານ ແລະ ງົບປະມານ ບໍ່ແມ່ນຄັນທີ່ແພງທີ່ສຸດ.

ດູແລຫຼັງຂາຍ

ປະກອບ ແລະ ປັບຕັ້ງໃຫ້ຟຣີ ກ່ອນສົ່ງມອບທຸກຄັນ.

ສັງຄົມນັກປັ່ນ

ນັດປັ່ນ ແລະ ກິດຈະກຳ ສຳລັບນັກປັ່ນທຸກລະດັບ.

ແວະມາລອງປັ່ນທີ່ຮ້ານ

ເບິ່ງທີ່ຕັ້ງຮ້ານ ຕິດຕໍ່ເຮົາ
ສັ່ງອອນລາຍ ຮັບທີ່ຮ້ານເຊັກສະຕັອກຈິງກ່ອນສັ່ງ
ປະກອບ & ປັບຕັ້ງຟຣີທຸກຄັນທີ່ຊື້ຈາກຮ້ານ
ຮັບ LAK · THB · USDໂອນ ຫຼື ຈ່າຍທີ່ຮ້ານ
ສະສົມແຕ້ມທຸກການຊື້ ແລະ ສ້ອມ

ຮັບຂ່າວໂປຣໂມຊັນກ່ອນໃຜ

ສິນຄ້າເຂົ້າໃໝ່ ແລະ ສ່ວນຫຼຸດ ສົ່ງເຂົ້າອີເມວເດືອນລະ 1–2 ຄັ້ງ